ຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ຈັດພິທີເລື່ອນມະຫາຊົນກ້າວໜ້າເປັນສະມາຊິກພັກສໍາຮອງ

17/11/2025

ຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ຈັດພິທີເລື່ອນມະຫາຊົນກ້າວໜ້າເປັນສະມາຊິກພັກສໍາຮອງ

ໂດຍປະຕິບັດຕາມກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ XI ເວົ້າລວມ ເວົ້າສະເພາະກໍ່ແມ່ນມະຕິຂອງຄະນະປະຈໍາພັກແຂວງສະບັບເລກທີ 223/ຄປພຂ, ລົງວັນທີ 6 ມິຖຸນາ 2025 ວ່າດ້ວຍການ ອະນຸມັດມະຫາຊົນກ້າວໜ້າເປັນສໍາຮອງ; ໃນຄັ້ງວັນທີ 27 ມິຖຸນາ 2025 ທີ່ຫ້ອງປະຊຸມ ບໍລິສັດລາວໂທລະຄົມ ມະຫາຊົນ ສາຂາແຂວງ ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເປັນສະມາຊິກພັກສໍາຮອງ ໂດຍໃຫ້ກຽດເປັນປະທານຂອງສະຫາຍ ຂັນທອງ ຍີ້ນດາວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຕສ, ມີສະຫາຍເລຂາໜ່ວຍພັກ,ຄະນະພັກ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີຮັບສະມາຊິກພັກສໍາຮອງຄັ້ງນີ້ແມ່ນປະກອບມີມະຫາຊົນກ້າວໜ້າ 2 ສາຍຫາຍ ຈາກ 2 ໜ່ວຍພັກທີ່ໄດ້ເລື່ອນເປັນສະມາຊິກພັກສໍາຮອງຄື: ຈາກໜ່ວຍພັກ

ພະແນກ ຕສ 1 ສະຫາຍ ແລະ ຈາກໜ່ວຍພັກ ບໍລິສັດລາວໂທລະຄົມ ມະຫາຊົນ 1 ສະຫາຍ.ໃນພິທີຄະນະຮັບຜິດຊອບໄດ້ຜ່ານມະຕິຄະນະປະຈໍາພັກແຂວງວ່າດ້ວຍ ການອະນຸມັດມະຫາຊົນກ້າວໜ້າເປັນສໍາຮອງ ແລະ ສະຫາຍເລຂາໜ່ວຍພັກຈາກ 2 ໜ່ວຍພັກໄດ້ຂຶ້ນສໍາພັດມື ແລະ ຮັບເອົາສະມາຊິກພັກຢ່າງສົມກຽດ.ຕອນທ້າຍສະຫາຍປະທານກອງປະຊຸມໄດ້ກ່າວມີຄໍາເຫັນຍ້ອງຍໍຊົມເຊີຍ ແລະ ໂອ້ລົມຕໍ່ສະມາຊິກພັກໃໝ່ ເພື່ອສືບຕໍ່ຍົກສູງຄວາມຮັບຜິດຊອບເປັນເຈົ້າການພັດທະນາ,ຝືກຜົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກສົມບູນເຊິ່ງຕ້ອງໄດ້ເອົາໃຈໃສ່ດັ່ງນີ້: ຕ້ອງໄດ້ຖືຄັນທຸງນໍາໜ້າເປັນເຈົ້າການເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ຂອງສະມາຊິກພັກ, ສືກສາຮຽນຮູ້ທິດສະດີມາກເດນິນ, ແນວຄິດໄກສອນພົມວິຫານ, ມີຄຸນທາດການເມືອງ, ຄຸນສົມບົດສິນທໍາປະຕິວັດ ທີ່ໜັກແໜ້ນ, ຕ້ານແນວຄິດອາຍາສິດ, ສໍ້ລາດບັງຫລວງ,ໃຊ້ສິດໜ້າທີ່ຊອກຫາຜົນປະໂຫຍກສ່ວນຕົວ,ເປັນເຈົ້າການປະກອບສວ່ນກໍາລັງແຮງ, ສະຕິບັນຍາເຂົ້າໃນທຸກໆຂະບວນການຂອງພັກ, ປະຕິບັດລະບຽບການເສຍເງີນສະຕິບໍາລຸງພັກ, ຮ່ວມຊິວິດພັກ, ຮັບຟັງຫາງສຽງມະຫາຊົນ, ສັງຄົມ, ປະຊາຊົນ ທັງເປັນກະບອກສຽງຊ່ວຍໂຄສະນາສຶກສາອົບຮົມພໍ່ແມ່ປະຊາຊົນໃຫ້ຮັບຮູ້ເຂົ້າໃຈແນວທາງແຜນນະໂຍບາຍຂອງພັກ,ກໍາແໜ້ນ ແລະ ເສີມ

ຂະຫຍາຍແຜນແນວທາງນະໂຍບາຍຕ່າງປະເທດຢ່າງຈະແຈ້ງຂອງພັກ, ມີສະຕີຕໍ່ກົນອຸບາຍຂອງອິດທິປໍລະປັກທີ່ຫວັງມ້າງເພທໍາລາຍຄວາມສາມັກຄີພາຍໃນ, ໃສ່ຮ້າຍປ້າຍສີ, ບິດເປື້ອນຂໍ້ມູນຂ່າວສານ ເພື່ອສ້າງເຊື່ອມເສຍ, ຄວາມແຕກແຍກພາຍໃນພັກ ຂອງສັດຕູໃນຮູບແບບຕ່າງໆໂດຍສະເພາະຜ່ານສື່ສັງຄົມອອນລາຍທີ່ເປັນເຄື່ອງມືອັນປ້າຍແຫຼມຂອງສັດຕູໃນຍຸກປະຈຸບັນ, ນອກນີ້ປະທານກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ 2 ສະຫາຍຕ້ອງເປັນແບບຢ່າງນໍາໜ້າແກ່ມະຫາຊົນ, ມີສະຕິໃນການຈັດຕັ້ງປະຕິບັດສິດໜ້າທີ່ ແລະ ຂໍ້ຫ້າມຂອງສະມາຊິກພັກຢ່າງເຂັ້ມງວດ.
 
 
 
 
 
 
 
 
 
 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ