ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະພັກຮາກຖານຮອບທີ I.

17/11/2025

ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະພັກຮາກຖານຮອບທີ I.

ວັນທີ 18 ກໍລະກົດ 2025 ທີ່ຫ້ອງປະຊຸມບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ສາຂາແຂວງ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບຄະນະພັກຮາກຖານ ພະແນກ ຕສ ຮອບທີ I, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທະນູໄຊ ບັນຊາລິດ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆອັດຕະປື, ມີສະຫາຍ ຂັນທອງ ຍີ້ນດາວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຕສ, ພ້ອມກ້ວຍຄະນະພັກຮາກຖານ, ເລຂາໜ່ວຍພັກຂຶ້ນກັບ, ຕະຫຼອດສະມາຊິກພັກ ແລະ ຄະນະຮັບຜິດຊອບດ້ານບຸກຄະລາກອນຂັ້ນແຂວງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ຂັນທອງ ຍີ້ນດາວົງ ເລຂາ ຄະນະພັກຮາກຖານ ຫົວໜ້າ ພະແນກ ໄດ້ຜ່ານຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການຂອງຄະນະພັກຮາກຖານ 5 ປີຕໍ່ໜ້າ ແລະ ສະຫາຍໃນຄະນະພັກຮາກຖານກໍ່ໄດ້ຜັດປ່ຽນກັນຂຶ້ນຜ່ານຮ່າງບົດສະຫຼຸບແຜນພັດທະນາເສດຖະກິດສັງຄົມ 5 ປີ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີຕໍ່ໜ້າ, ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກ ແລະ ຄະນະຮັບຜິດຊອບຂັ້ນແຂວງກໍ່ໄດ້ຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ວ່າດ້ວຍມາດຕະຖານຂອງຜູ້ທີ່ຈະອອກສະໝັກ ເຂົ້າໃນຄະນະພັກຮາກຖານຊຸດໃໝ່.
ໃນໂອກາດດັ່ງກ່າວ ສະຫາຍ ທະນູໄຊ ບັນຊາລິດ ຄະນະປະຈຳພັກ, ຮອງເຈົ້າແຂວງ ໄດ້ມີຄຳເຫັນຊີ້ນຳ ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຂົ້າໃຈ ໃນການຄັດເລືອກບຸກຄະລາກອນເຂົ້າໃນໂຄງປະກອບຂອງຄະນະພັກຮາກຖານ ເພື່ອຮັບປະກັນໃດ້ຄວາມຖືກຕ້ອງ, ສອດຄ່ອງຕາມມາດຖານເງື່ອນໄຂ ທີ່ໄດ້ກຳນົດໄວ້ ຕາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃຫ້ມີລັກສະນະຜູ້ເກົ່າ, ຜູ້ໃໝ່, ຜູ້ອາວຸໂສ, ຮຸ່ນໜຸ່ມ, ເພດ ແລະ ຊົນເຜົ່າ ຄັດເອົາບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ສິນທຳປະຕິວັດ ເຂົ້າໃນໂຄງປະກອບຄະນະພັກຮາກຖານ ພຕສ.ຈາກນັ້ນ ບັນດາຜູ້ແທນກອງປະຊຸມ ກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ດຳເນີນການປ່ອນບັດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ