ພະແນກ ຕສ ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂທລະຄົມມະນາຄົມ 06 ເດືອນຕົ້ນປີ.
17/11/2025
ໃນວັນທີ 10 ກັນຍາ 2025ນີ້, ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ)ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໂທລະຄົມມະນາຄົມ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025 ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງລາວໂທລະຄົມ, ໂດຍການເປັນປະທານ ຂອງ ທ່ານ ຂັນທອງ ຍິ້ນດາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຫົວໜ້າຫ້ອງການ ຕສ ຈາກ5ເມືອງ, ບັນດາບໍລິສັດ ດ້ານໂທລະຄົມສາຂາແຂວງ ເຂົ້າຮ່ວມ.
ທ່ານ ນາງ ຫຼ້າວຽງໄຊ ຈັນທະກາລີ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງວຽກງານໂທລະຄົມ ມະນາຄົມ ຂອງພະແນກ ຕສ. ເຊິ່ງໄດ້ໃຫ້ເຫັນເຖິງບັນດາຜົນສໍາເລັດໄລຍະ 06 ເດືອນຜ່ານມາເຊິ່ງມີດັ່ງນີ້; ໄລຍະຜ່ານມາຂະແໜງໄປສະນີ ແລະ ການສື່ສານ ໄດ້ເອົາໃຈໃສ່ ເຄື່ອນໄຫວປະຕິບັດໜ້າທີ່ ຕາມສິດພາລະບົດບາດໂດຍຖືເອົາບັນດາ ຄຳແນະນຳ, ແຈ້ງການ, ຂໍ້ຕົກລົງ ແລະ ນິຕິກໍາອື່ນໆ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກໍຄືຂອງອົງການດັດສົມໂທລະຄົມມະນາຄົມ, ເພື່ອເປັນບ່ອນອີງໃນການປະຕິບັດໜ້າທີ່ວິຊາສະເພາະ ແລະ ຈັດຕັ້ງເຜີຍແຜ່ໃຫ້ບັນດາບໍລິສັດໂທລະຄົມມະນາຄົມ ທີ່ພະແນກຄຸ້ມຄອງ ກໍ່ຄື: ບໍລິສັດສະຕຣາໂທລະຄົມ ຈໍາກັດ, ບໍລິສັດອີທີແອວ ຈໍາກັດ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ສູນສື່ສານກອງທັບ ຮັບໃຊ້ການນໍາ ແລະ ພາກລັດບໍລິຫານ, ເຊິ່ງສະແດງອອກດັ່ງນີ້: ວຽກຂະຫຍາຍພື້ນຖານໂຄງລ່າງດ້ານໂທລະຄົມ: ( BTS ), ຂະຫຍາຍເສົາໂທລະສັບມືຖື ຢູ່ 05 ຕົວເມືອງ ຈໍານວນ 51 ເສົາ, ອອກອະນຸຍາດ ສໍາເລັດ 23ເສົາ, ສຳເລັດການເກັບກຳສະຖິຕິ ຈໍານວນ ເສົາ BTS ທັງເກົ່າ ແລະ ໃໝ່ ຂອງ 03 ບໍລິສັດ ໃນທົ່ວແຂວງມີທັງໝົດ 330 ເສົາ, ເພີ້ມຂຶ້ນ 43 ເສົາ, ສະຖານີ 2 G ມີ 277,ເພິ້ມຂຶ້ນ 0 ສະຖານີ, ສະຖານີ 3G ມີ 236, ເພີ້ມຂຶ້ນ 0 ສະຖານີ, ສະຖານີ 4G ມີ 361, ເພີ້ມຂຶ້ນ 43 ສະຖານີ, ສະຖານີ 5 G ມີ 01 ສະຖານີ; ເປີດກອງປະຊຸມປຶກສາຫາລືວຽກຂະຫຍາຍພື້ນຖານໂຄງລ່າງດ້ານໂທລະຄົມລົງສູ່ບ້ານພູຍາງ, ເມືອງພູວົງ ຈໍານວນ 04 ຄັ້ງ, ສຳເລັດການເປີດກອງປະຊຸມປະຈໍາປີ ຮ່ວມກັບ ບັນດາບໍລິສັດໂທລະຄົມ ສາຂາແຂວງ ແລະ ຫ້ອງການ ຕສ ຂັ້ນເມືອງ ວຽກງານຄຸ້ມຄອງໂທລະຄົມມະນາຄົມປີ 2024 ແລະ ທິດທາງແຜນການ ປີ 2025 ; ສຳເລັດການເຮັດໜັງສືແຈ້ງຕອບ ອົງການດັດສົມໂທລະ
ຄົມມະນາຄົມ ເລືື່ອງ: ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດການພັດທະນາໂທລະຄົມມະນາຄົມແຫ່ງຊາດ 01 ຄັ້ງ; ສຳເລັດການເຮັດໜັງສືແຈ້ງຕອບ ອົງການດັດສົມໂທລະຄົມມະນາຄົມ ເລືື່ອງ: ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂໍ້ມູນສະຖິຕິ ຈຳນວນບ້ານທີ່ບໍ່ມີສັນຍານໂທລະສັບ 01 ຄັ້ງ, ສໍາເລັດການສົ່ງໜັງສືແຈ້ງການໃຫ້ຫ້ອງການ ຕສ ຂັ້ນເມືອງເກັບກໍາສະຖິຕິຈໍານວນບ້ານທີ່ມີສັນຍານໂທລະສັບ ແລະ ອິນເຕີເນັດທີ່ຍັງອ່ອນ.ໃນນັ້ນ: ເມືອງສາມັກຄີໄຊຍັງມີ 02 ບ້ານ , ເມືອງສະໜາມໄຊມີ 08 ບ້ານ, ເມືອງໄຊເສດຖາ 06 ບ້ານ, ເມືອງພູວົງ ມີ 01 ບ້ານ.
#ວຽກຄຸ້ມຄອງສາຍສົ່ງ; ໄດ້ຕິດຕາມ ສະພາບ ເຫດການ ບັນຫາສາຍສົ່ງຈາກ ຫ້ອງການ ຕສ ເມືອງສະໜາມໄຊຜ່ານກຸ່ມຄະນະຄຸ້ມຄອງສາຍສາຍສົ່ງ ຈໍານວນ 05 ຄັ້ງ ໃຫ້ບັນດາບໍລິສັດໂທລະຄົມ, ສໍາເລັດການເກັບກໍາຂໍ້ມູນຈຸດເຊື່ອມຕໍ່ສັນຍານໂທລະສັບ ແລະ ອິນເຕີເນັດລະຫວ່າງປະເທດພາຍໃນແຂວງອັດຕະປື ມີ 01 ຈຸດ ທີ່ດ່ານພູເກືອ(ເຄື່ອຂ່າຍສະຕາໂທລະຄົມ), ສໍາເລັດການເຮັດໜັງສືສະເໜີຫາພະແນກ ຍທຂ ແລະຫາບໍລິສັດ TTC ເລື່ອງ ການຄຸ້ມຄອງ ລົດຂົນສົ່ງ ອ້ອຍມີ 02 ສະບັບ, ອອກແຈ້ງການເຜີຍແຜ່ຜ່ານສື່ສັງຄົມອອນລາຍ, ວິທະຍຸ, ໂທລະໂຄ່ງເພິ້ມທະວີການປ້ອງກັນ ຮັກສາສາຍສົ່ງ ແລະ ອຸປະກອນໂທລະຄົມທົ່ວແຂວງ ຈໍານວນ 20 ຄັ້ງ, ລົງຕິດຕາມກວດກາອະນາໄມສາຍສົ່ງຮ່ວມກັບ 03 ບໍລິສັດໂທລະຄົມ ເພື່ອຕ້ອນຮັບວັນສົມໂພດຫໍຫຼັກເມືອງ ຈໍານວນ 03 ຄັ້ງ, ຕິດຕາມສະພາບບັນຫາການເກັບມ້ຽນສາຍສົ່ງພາຍໃນແຂວງ ມີຈໍານວນ 03 ຄັ້ງລົງແກ້ໄຂສໍາເລັດ; ສໍາເລັດສ້າງແຜນ ລົງເກັບມ້ຽນ ສາຍສົ່ງພາຍໃນເທດສະບານ ເມືອງສາມັກຄີໄຊ.
#ວຽກຄຸ້ມຄອງເລກໝາຍໂທລະສັບ: ສຳເລັດການອອກໜັງສືແຈ້ງການເຖິງ ບັນດາພາກສ່ວນທີ່ນຳໃຊ້ເລກໝາຍດ່ວນ 06 ພາກສ່ວນ ເຊັ່ນ: ມຸນິທິກູ້ໄພພະໄຊສຸກເສີນ( 036 1605), ກູ້ໄພອົງການກາແດງ ( 036 1625), ລັດວິສາຫະກິດໄຟຟ້າລາວ ( 1199 ), ສະຫະພັນແມ່ຍິງແຂວງ( 1362), ສະພາປະຊາຊົນ ( 152), ພະແນກສາທາລະນະສຸກ( 165/166)ໃຫ້ມາຕໍ່ໃບອະນຸຍາດນຳໃຊ້ປະຈຳປີ 2025; ໃນນັ້ນ, ສໍາເລັດ 04 ພາກສ່ວນ ຍັງ 02 ພາກສ່ວນ.
#ວຽກປົກປ້ອງ ແລະ ການແກ້ໄຂບັນຫາຮ້ອງຮຽນດ້ານໂທລະຄົມມະນາຄົມ: ສໍາເລັດການເຮັດໜັງສືສະເໜີກວດເຊັກ ເລກໝາຍໂທລະສັບຂອງ ປກສ ເມືອງ, ແຂວງ ສົ່ງໃຫ້ບໍລິສັດ STL, LTC , ຈໍານວນ 19ສະບັບ, 23 ເລກໝາຍ; ກວດພົບເປັນເບີ້ທີ່ຍັງບໍ່ລົງທະບຽນ 02 ເລກໝາຍ, ຕິດຕາມການ ຮ້ອງຮຽນຂອງຜູ້ໃຊ້ ເລກໝາຍໂທລະສັບ ແລະ ຕິດຕາມຫາງສຽງສັງຄົມສັງລວມນໍ້າເບີ້ທີ່ໂທສ້າງຄວາມປັ່ນປ່ວນໃນສັງຄົມ ໃນທົ່ວປະເທດ ມີ 35 ນໍ້າເບີ້, ຈາກເຄືອຂ່າຍ LTC 22 ນໍ້າເບີ້, STL 13 ນໍ້າເບີ້ ໃນນັ້ນ, ເກີດຂຶ້ນ ຢູ່ພາຍໃນ ແຂວງ ມີ 05 ນໍ້າເບີ້ ລົບກວນຈໍານວນ 07 ຄັ້ງ, ມີຜູ້ລະເມີດມີການຈູດປ່າຖາງໄຮ່ ເຮັດໃຫ້ມີຜົນກະທົບຕໍ່ລະບົບສາຍສົ່ງ, ສົ່ງຜົນເສຍຫາຍທີ່ເກີດຂື້ນກັບວຽກໂທລະຄົມແຕປີ 2024 ເຖິງປະຈຸບັນ ຂອງ 03 ບໍລິສັດ ຈໍານວນ 17 ຄັ້ງ.
ພ້ອມນີ້, ບໍລິສັດໂທລະຄົມມະນາຄົມ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບຂົງເຂດຕົນຕໍ່ກອງປະຊຸມຮັບຊາບ ພ້ອມທັງປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ໃນການການເຄື່ອນໄຫວວຽກງານໃນຕໍ່ໜ້າ.
#ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ມີຄໍາເຫັນຂອງທ່ານປະທານ ຊຶ່ງໄດ້ເນັ້ນກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ດ້ານໂທລະຄົມມະນາຄົມ ໂດຍສະເພາະ ແມ່ນຮຽກຮ້ອງໃຫ້, ບໍລິສັດ ດ້ານໂທລະຄົມ ເອົາໃຈໃສ່ ໃນການປະຕິບັດວຽກງານ ພ້ອມທັງສ່ອງແສງລາຍງານເອົາໃຈໃສ່ປະກອບຂໍ້ມູນ, ຕິດຕາມກວດກາໃຫ້ຖືກຕ້ອງຕາມລະບຽບທີ່ວາງອອກ, ເອົາໃຈໃສ່ເກັບມ້ຽນບັນດາສາຍສົ່ງ, ເພື່ອເປັນຄວາມຈົບງາມແລະເປັນໃບໜ້າໃບຕາໃຫ້ກັບແຂວງອັດຕະປືເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງແຂວງ ແລະ ເພີ່ມທະວີຂະຍາຍບັນດາເຄື່ອຂ່າຍ2G-3G-4G-5Gໃຫ້ທົ່ວເຖິງໂດຍເນັ້ນເປົ້າໝາຍພັດທະນາເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ,ເຂດເສດຖະກິດ,ເພີ່ມທະວີໃນການລົງທະບຽນຊິມກາດພາຍໃນແຂວງໃຫ້ໄດ້ຂຶ້ນທະບຽນໃຫ້ໄດ້ຮ້ອຍສ່ວນຮ້ອຍເພື່ອໃຫ້ບັນລຸຕາມລະດັບຄາດໝາຍ.
ຂ່າວ:.....

