17/11/2025
ວັນທີ 06 ພະຈິກ 2025 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງອັດຕະປື ຈັດກອງປະຊຸມສຳມະນາ ເຜີຍແຜ່ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ, ບັນຫາທີ່ເກີດຂື້ນໃນການນຳໃຊສື່ສັງຄົມອອນລາຍໄລຍະຜ່ານມາ ແລະ ເຜີຍແຜ່ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ໃຫ້ແກ່ ຄູ ອາຈານ, ຊາວໜຸ່ມໄວໜຸ່ມ ແລະ ນ້ອງນັກຮຽນໂຮງຮຽນ ສາມັນກີນນອນ ຊົນເຜົ່າ ເມືອງສາມັກຄີໄຊ ແຂວງອັດຕະປື ເພື່ອໃຫ້ຮັບຮູ້ເຂົ້າໃຈເຖີງ ຂໍ້ດີ, ຂໍ້ເສຍ ແລະ ຜົນກະທົບຂອງການນຳໃຊ້ສື່ສັງຄົມອອນລາຍ ແລະ ໂທດທາງກົດໝາຍຕໍ່ຜູ້ກະທຳພິດ ຕໍ່ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມຜີວເຕີ.
ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານໂດຍ ທ່ານ ພູສະໄຫວ ດວງມະນີ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ພະແນກ ຕສຂ , ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອາຈານ ທອງຄູນ ແສງບັນດິດ ຮອງອຳນວຍການ ໂຮງຮຽນ, ໃນກອງປະຊຸມຍັງມີກິດຈະກຳເປີດໂອການໃຫ້ນ້ອງນັກຮຽນ ແລະ ຄູອາຈານຖາມ-ຕອບ , ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ຄາບ ແລະ ໄດ້ຮັບຄວາມສົນໃຈຈາກນ້ອງນັກຮຽນ, ແລະ ຄູອາຈານເຊີ່ງສະແດງອອກໃນການເອົາໃຈໃສເຂົ້າຮ່ວມຮັບຟັງ ແລະ ຮ່ວມກິດຈະກຳຕອບຄຳຖາມຢ່າງເປັນຂະບວນຝົດພື້ນ ຕອນທ້າຍກອງປະຊຸມ ທ່ານປະທານຍັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມນຳບົດຮຽນຕ່າງທີ່ໄດ້ເຜີຍແຜ່ ນໍາໄປສຶກສາຄົ້ນຄວ້າ ແລະ ຜັນຂະຫຍາຍ, ແນະນໍານ້ອງນັກຮຽນທີ່ບໍ່ໄດ້ເຂົ້າຮ່ວມ, ນ້ອງນຸ່ງລູກຫຼານ ແລະ ພໍ່, ແມ່, ເອື້ອຍ, ນ້ອງ, ເພື່ອນຝຸງຂອງຕົນໃຫ້ກ້ວາງຂວາງ , ເພື່ອບໍ່ໃຫ້ຕົກເປັນເຍື່ອຈາກການຫຼອກລວງຂອງມິດສາຊີບ,ທຮັບປະກັນການນຳໃຊ້ສື່ສັງຄົມອອນລາຍ ໃຫ້ມີຄວາມປອດໄພ ແລະບໍ່ຜິດຕໍ່ລະບຽບກົດໝາຍ.


