17/11/2025
ວັນທີ 13 ພະຈິກ 2025 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງອັດຕະປື ,ໃນນາມຫ້ອງການປະຈຳການ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ໄດ້ຮ່ວມກັນໃນ ຄຄອຂ ລົງຈັດກອງປະຊຸມສຳມະນາ ເຜີຍແຜ່ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ, ຕໍ່ບັນຫາທີ່ເກີດຂື້ນໃນການນຳໃຊສື່ສັງຄົມອອນລາຍໄລຍະຜ່ານມາ ແລະ ເຜີຍແຜ່ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ໃຫ້ແກ່ ຄູ ອາຈານ, ຊາວໜຸ່ມໄວໜຸ່ມ ແລະ ນ້ອງນັກຮຽນໂຮງຮຽນຄຳເບໄຊ, ເມືອງຊານໄຊ, ແຂວງອັດຕະປື ເພື່ອໃຫ້ຮັບຮູ້ເຂົ້າໃຈເຖີງ ຂໍ້ດີ, ຂໍ້ເສຍ ແລະ ຜົນກະທົບຂອງການນຳໃຊ້ສື່ສັງຄົມອອນລາຍ ແລະ ໂທດທາງກົດໝາຍຕໍ່ຜູ້ກະທຳພິດ ຕໍ່ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມຜີວເຕີ.
ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານໂດຍ ທ່ານ ພູສະໄຫວ ດວງມະນີ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ພະແນກ ຕສຂ , ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໄຊລະຄອນ ອີນທິວົງ ຮອງເລກຂາຄະນະຊາວໜຸມແຂວງ ພ້ອມດ້ວຍ ທ່ານ ອາຈານ ນາງ ສະຖາພອນ ໄຊສົມຄາມ ຫົວຫນ້າອຳນວຍການ ໂຮງຮຽນ, ພ້ອມນັ້ນ ຍັງໃຫ້ກຽດເຂົ້າຮ່ວມກອງປະຊຸມສຳມະນາ ຂອງທ່ານ ພູຂຽວ ພຽງພະຈັນ ຮອງຫົວໜ໊າຫ້ອງວ່າການ ເມືອງຊານໄຊ ພ້ອມດ້ວຍຕາງໜ໊າຄູອາຈານຈຳນວນໜຶ່ງ . ໃນກອງປະຊຸມຍັງມີກິດຈະກຳເປີດໂອການໃຫ້ນ້ອງນັກຮຽນ ແລະ ຄູອາຈານຖາມ-ຕອບ , ໃນໂອກາດ ທ່ານໄຊ ລະຄອນ ອິນທະວົງ ຮອງເລຂາຄະນະຊາວໜຸ່ມແຂວງ ກໍ່ໄດ້ມີທັດສະນະແລກປ່ຽນ ຕໍ່ຊາວໜຸ່ມເຍົາວິຊົນວ່າ: ພວກລູກຫຼານຊາວໜຸ່ມ ເຍົາວະຊົນ ຢູ່ໃນຊ້ວງ ໄວທີ່ສົດໃສ ກຳລັງຊອກຮູ້ຊອກເຫັນ ສະນັ້ນແລ້ວ ການໃຊ້ສື່ສັງຄົມອອນລາຍ ເປັນຕົນເຟດບຸກ, ຕິກຕ໋ອກ ແລະບັນດາ ແອັບພິເຄເຊີນຕ່າງໆ ຕ້ອງໄມີການ ວິເຄາະ ,ວິໃຈໃຫ້ຖີ່ຖ້ວນ ແລະລະມັດລະວັງ ນຳໃຊ້ໃຫ້ເປັນປະໂຫຍດ. ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ຄາບ ແລະ ໄດ້ຮັບຄວາມສົນໃຈຈາກນ້ອງນັກຮຽນ, ແລະ ຄູອາຈານເຊີ່ງສະແດງອອກໃນການເອົາໃຈໃສເຂົ້າຮ່ວມຮັບຟັງ ແລະ
ຮ່ວມກິດຈະກຳຕອບຄຳຖາມຢ່າງເປັນຂະບວນຝົດພື້ນ ຕອນທ້າຍກອງປະຊຸມ ທານຄະນະປະທານ ຍັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມນຳບົດຮຽນຕ່າງທີ່ໄດ້ເຜີຍແຜ່ ນໍາໄປສຶກສາຄົ້ນຄວ້າ ແລະ ຜັນຂະຫຍາຍ, ແນະນໍານ້ອງນັກຮຽນທີ່ບໍ່ໄດ້ເຂົ້າຮ່ວມ, ນ້ອງນຸ່ງລູກຫຼານ ແລະ ພໍ່, ແມ່, ເອື້ອຍ, ນ້ອງ, ເພື່ອນຝຸງຂອງຕົນໃຫ້ກ້ວາງຂວາງ , ເພື່ອບໍ່ໃຫ້ຕົກເປັນເຍື່ອຈາກການຫຼອກລວງຂອງມິດສາຊີບ,ຮັບປະກັນການນຳໃຊ້ສື່ສັງຄົມອອນລາຍ ໃຫ້ມີຄວາມປອດໄພ ແລະ ບໍ່ຜິດຕໍ່ລະບຽບກົດໝາຍ. ໃນ ກອງປະຊຸມ ທ່ານ ຄະນະປະທານ ກໍ່ໄດ້ຜັດປ່ຽນ ກັນໂອລົມ

