27/05/2026
ໃນວັນທີ 27 ພຶດສະພາ 2026 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງອັດຕະປື,ໄດ້ຈັດກອງປະຊຸມສຳມະນາການຫັນເປັນລັດດິຈີຕອນ ແລະ ຝືກອົບຮົມການນຳໃຊ້ (AI) ເຂົ້າໃນວຽກງານບໍລິຫານລັດ ໃຫ້ພະນັກງານຫ້ອງການອອ້ມຂ້າງເມືອງ,ເມືອງພູວົງ .ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານໂດຍ ທ່ານ ວັນປະເສີດ ສີຊານົນ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ,ໃຫ້ກຽດເປັນປະທານຮ່ວມ,ພ້ອມດ້ວຍ ທ່ານ ພູສະໄຫວ ດວງມະນີ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ພະແນກ ຕສ ແຂວງ , ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານໃນກອງປະຊຸມ
ທ່ານ ໄດ້ມີຄໍາເຫັນໃນກອງປະຊຸມວ່າ ວຽກງານຫັນເປັນດິຈິຕອນເປັນວຽກງານໜຶ່ງທີ່ສຳຄັນ ແລະ ສອດຄອງເຂົ້າກັບທຸກຂົງເຂດວຽກງານ ແລະ ບັນດາພະແນກການ, ຫ້ອງການມີສ່ວນຮ່ວມຜັນຂະຫຍາຍ ຫຼື ຂັບເຄື່ອນ ພາລະບົດບາດຂອງຕົນ ດັ່ງນັ້ນ ແລ້ວຈຶ່ງຮຽກຮ້ອງໃຫ້ບັນດາ ພະນັກງານວີຊາການຜູ້ເຂົ້້າຮ່ວມເພື່ອສົ່ງເສີມ ແລະ ຜັກດັນການນຳໃຊ້ເທັກໂນໂລຊີດິຈີຕອນໃນການບໍລິຫານລັດ ແລະ ການນຳເທັກໂນໂລຊີ (AI) ເພື່ອຊ່ວຍຈັດການທາງດ້ານເອກະສານ,ຈັດການຂໍ້ມູນ ແລະ ອື່ນໆ ເພື່ອຍົກລະດັບຄວາມຮູ້ດ້ານເຕັກໂນໂລຊີສະໄໝໃໝ່. ນອກຈາກນີ້ວິທະຍາກອນ ແລະ ສຳມະນາກອນໄດ້ມີການແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ຕໍ່ບັນດາເນື້ອໃນບົດທີ່ນຳສະເໜີ;ໃນໂອກາດນີ້,ຕອນທ້າຍກອງປະຊຸມ ທ່ານ ວັນປະເສີດ ສີຊານົນ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ໃຫ້ກຽດໂອລົມ ຕໍ່ພະນັກງານ ທີ່ເຂົ້າຮ່ວມ ນຳເອົາບົດຮຽນນີ້ນຳໄປສຶກສາຄົ້ນຄ້ວາແລະພິຈາລານາເຂົ້າໃນການຈັດຕັ້ງວຽກງານຂອງຕົນໃຫ້ມີຝົນປະໂຫຍດສູງສຸດ,ການສຳມະນາໃນຄັ້ງນີ້ໄດ້ເສຍເວລາອັນສັ້ນກໍ່ຕາມ ແຕ່ກໍ່ເປັນທິດທາງໃນການນຳໄປຜັນຂະຫຍາຍ , ບັນດາທ່ານ ບັນດາສະຫາຍ ການນຳໃຊ້ເຕັກໂນ
ໂລຊີເຂົ້າໃນການຈັດຕັ້ງປະຕິບັດວຽກງານແມ່ນມີດ້ານດີຫຼາຍຊ່ວຍໃຫ້ເຮັດການປະຕິບັດວຽກງານມີຄວາມທັນສະໄໝ,ວ່ອງໄວ ແລະ ປະຢັດເວລາ ແຕ່ໃນດ້ານດີກໍ່ຍັງມີດ້ານຫຍໍ້ທໍ້ ຖ້າພວກເຮົານຳໃຊ້ບໍ່ຖືຕ້ອງອາດເປັນໄພຕໍ່ສັງຄົມ; ດັ່ງນັ້ນແລ້ວຈຶ່ງຮຽກຮ້ອງໃຫ້ບັນດາທ່ານຈົ່ງມີສະຕິຕໍ່ການນຳໃຊ້ (AI) ຢ່າງຮັບຜິດຊອບ ແລະ ມີຈັນຍາບັນ,ການພິຈາລະ, ຄົນຄ້ວາໃຕ່ຕອງ ອັນໃດທີ່ເຫັນວ່າເປັນປະໂຫຍດຕໍ່ກັບການຈັດຕັ້ງວຽກງານຂອງຕົນກໍ່ສະມາດໄປນຳໃຊ້ໄດ້; ມາຮອດເວລາ 11ໂມງ 45 ນາທີ ກອງປະຊຸມ ໄດ້ຊິ້້ນສຸດລົງຢ່າງຈົບງາມ.

